AI ດາບສອງຄົມທີ່ຄວນນໍາໃຊ້ໃຫ້ຖືກຕ້ອງ
ຫົວຂໍ້ໂດດເດັ່ນທີ່ສຸດ ແລະ ເວົ້າເຖີງຫລາຍທີ່ສຸດໃນໂລກປັດຈຸບັນ ແມ່ນປາສະ ຈາກບໍ່ໄດ້ກ່ຽວກັບປັນຍາປະດິດ ຫຼື AI ຢ່າງແນ່ນອນ.
ເດືອນແລ້ວນີ້, ໂຄງສ້າງ DeepSeek-R1 ຈາກວິສາຫະກິດຈີນໄດ້ເຮັດໃຫ້ທົ່ວໂລກຮູ້ສຶກປະທັບໃຈທີ່ສຸດ ແລະ ເຮັດໃຫ້ຕະຫຼາດໂວນສະຕຣິດຂອງອາເມຣິກາເກີດຄວາມວຸ້ນວາຍສັບສົນຢ່າງຮຸນແຮງ. ໃນໄລຍະມໍ່ໆມານີ້, ປະເທດຕ່າງໆໄດ້ເພີ່ມທະວີການລົງທຶນ ທີ່ປິ່ນອ້ອມກ່ຽວກັບເຕັກນິກ AI ເຊັ່ນ: ອາເມຣິກາ ໄດ້ປະກາດແຜນການ “ປະຕູໂລກອະວະກາດ” ຫຼື Stargate ຢ່າງເປີດເຜີຍ, ຝຣັ່ງ ແລະ ສະຫະພາບເອີຣົບ ກໍໄດ້ເປີດເຜີຍຕາມໆກັນ ວ່າ: ຈະລົງທຶນຫຼາຍຮ້ອຍຕື້ເອີໂຣ ເພື່ອສະໜັບສະໜູນການພັດທະນາຂະແໜງການ AI.
ພາຍໃຕ້ສະພາບການດັ່ງກ່າວ, ກອງປະຊຸມສຸດຍອດວ່າດ້ວຍການເຄື່ອນໄຫວ AI ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ ໂດຍມີຜູ້ນຳ ແລະ ຜູ້ຕາງໜ້າຂັ້ນສູງຈາກ 30 ກວ່າປະເທດ ພ້ອມດ້ວຍເຈົ້າໜ້າທີ່ຮັບຜິດຊອບຂອງອົງການຈັດຕັ້ງສາກົນເຂົ້າຮ່ວມ. ໃນໄລຍະຈັດກອງປະຊຸມເປັນເວລາ 2 ວັນ. ຜູ້ແທນກອງປະຊຸມໄດ້ປຶກສາຫາລືກ່ຽວກັບແຜນການແກ້ໄຂດ້ານການບໍລິການ AI ໃນຂົງເຂດຕ່າງໆ, ຄົ້ນຄວ້າການສ້າງລະບົບນິເວດ AI ທີ່ມີຄວາມໜຽວແໜ້ນ ແລະ ເປີດເຜີຍ ແລະ ປຶກສາຫາລືກ່ຽວກັບການຄຸ້ມຄອງທົ່ວໂລກດ້ານ AI. 61 ຝ່າຍ ເຊັ່ນ: ຝຣັ່ງ, ຈີນ ແລະ ອິນເດຍ ເປັນຕົ້ນ ໄດ້ຮ່ວມກັນເຜີຍແຜ່ “ຖະແຫຼງການຮ່ວມກ່ຽວກັບການພັດທະນາ AI ທີ່ກວມລວມ ແລະ ຍືນຍົງ ເພື່ອສ້າງຄວາມສຸກໃຫ້ແກ່ມວນມະນຸດ ແລະ ໜ່ວຍໂລກ” ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະພັດທະນາເຕັກນິກດ້ານນີ້ ດ້ວຍຮູບການ “ເປີດເຜີຍ, ກວມລວມ ແລະ ຖືກຕ້ອງຕາມລະບຽບການ”.
ນັບແຕ່ເລີ່ມຕົ້ນໃນຊຸມປີ 1950 ເປັນຕົ້ນມາ, ເຕັກນິກ AI ໄດ້ຮັບການພັດທະນາແບບບໍ່ເຄີຍມີມາກ່ອນຄືຍຸກປັດຈຸບັນ. ໃນສາຍຕາຂອງຜູ້ທີ່ມີຄວາມຄິດເຫັນໃນດ້ານດີແລ້ວ, ເຕັກນິກ AI ພວມນຳພາການປ່ຽນແປງໃໝ່ດ້ານວິທະຍາສາດເຕັກໂນໂລຊີໃນການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ມີໂອກາດການຄ້າ ແລະ ຄຸນຄ່າຍຸດທະສາດອັນມະຫາສານ ເຊິ່ງຈະໂຄ່ນລົ້ມໂລກເກົ່າ ແລະ ສ້າງໂລກໃໝ່. ແຕ່ໃນຂະນະດຽວກັນ, ສຽງທີ່ເປັນຫ່ວງກໍນັບມື້ນັບຫຼາຍຂຶ້ນ. ເຕັກນິກ “ປອມແປງຢ່າງສົມບູນ” ໄດ້ເຮັດໃຫ້ຂໍ້ມູນຂ່າວສານທີ່ບໍ່ເປັນຄວາມຈິງພັດທະນາຂຶ້ນມາຢ່າງຫຼວງຫລາຍ; ຄວາມລຳອຽງດ້ານການໄລ່ລຽງ, ຄວາມບົກຜ່ອງດ້ານໂລຊິກ ຫຼື ຄວາມຖືກຕ້ອງ ເປັນຕົ້ນ ອາດຈະເຮັດໃຫ້ເກີດອຸບັດເຫດດ້ານຄວາມປອດໄພ ແລະ ສ້າງຄວາມເສຍຫາຍດ້ານຄວາມປອດໄພຢ່າງໜັກໜ່ວງ; ເຕັກນິກ AI ທີ່ນໍາໃຊ້ເຂົ້າໃນທາງການທະຫານ ກໍພວມໂຄ່ນລົ້ມຮູບແບບສົງຄາມດັ້ງເດີມ ແລະ ອາດຈະກາຍເປັນເຄື່ອງມືແຂ່ງຂັນທາງການເມືອງພູມີພາກ… ທ່ານເຈຟຣີ ຊິນຕັນ ຜູ້ໄດ້ຮັບລາງວັນໂນເບວສາຂາຟີຊິກສາດປີ 2024 “ບິດາ” AI ກໍໄດ້ສະແດງຄວາມເປັນຫ່ວງຕໍ່ກໍລະນີທີ່ເຕັກນິກ AI ອາດຈະເສຍການຄວບຄຸມ. ວາລະສານ “Forbes” ຂອງອາເມຣິກາ ໄດ້ຄາດຄະເນວ່າ: ປີ 2025 ອາດຈະເກີດອຸບັດເຫດຄວາມປອດໄພດ້ານ AI ກໍລະນີທຳອິດຂອງໂລກ.
ຖ້າເປັນແນວນັ້ນ, ປະຊາຄົມໂລກຄວນເຮັດແນວໃດ ເພື່ອຮ່ວມກັນກຳໂອກາດ ແລະ ຮັບມືກັບສິ່ງທ້າທາຍໃນດ້ານນີ້? ການບໍລິຫານ AI ໃນຂອບເຂດທົ່ວໂລກແມ່ນມີຄວາມສຳຄັນທີ່ສຸດ. ໃນກອງປະຊຸມສຸດຍອດຄັ້ງນີ້, ທ່ານຈ່າງໂຈ່ວຊິງ, ຜູ້ຕາງໜ້າພິເສດຂອງ ທ່ານສີຈິ້ນຜິງ ປະທານປະເທດຈີນ ຮອງນາຍົກລັດຖະມົນຕີຈີນ ກ່າວຄຳປາໄສວ່າ: ຈີນ ເຂົ້າຮ່ວມການບໍລິຫານ AI ໃນຂອບເຂດທົ່ວໂລກ ດ້ວຍຄວາມຮັບຜິດຊອບສູງ ແລະ ຍິນດີຕ້ອນຮັບຝ່າຍຕ່າງໆເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມ AI ໂລກປີ 2025. ສື່ມວນຊົນຕ່າງປະເທດຕີລາຄາວ່າ: ຈີນໄດ້ສົ່ງຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມກອງປະຊຸມ ໄດ້ສະແດງໃຫ້ເຫັນວ່າ: ປັກກິ່ງ ມີຄວາມປາຖະໜາທີ່ຕັ້ງໜ້າຈະເພີ່ມທະວີການບໍລິການ AI ໃນຂອບເຂດທົ່ວໂລກ ແລະ ຊຸກຍູ້ການວາງມາດຕະຖານທີ່ກ່ຽວຂ້ອງໃນດ້ານນີ້.
ໃນຖານະເປັນປະເທດຈະເລີນໃໝ່ໃນດ້ານເຕັກນິກ AI, ຈີນເປັນໜຶ່ງໃນປະເທດທີ່ຮຽກຮ້ອງໃຫ້ເອົາໃຈໃສ່ການພັດທະນາເຕັກນິກ AI ແລະ ເພີ່ມທະວີການບໍລິຫານທົ່ວໂລກກ່ອນໝູ່. ໃນເດືອນຕຸລາປີ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີ “ຂໍ້ລິເລີ່ມວ່າດ້ວຍການບໍລິຫານເຕັກນນິກ AI ໃນຂອບເຂດທົ່ວໂລກ” ໂດຍກ່າວເນັ້ນວ່າ: ການພັດທະນາເຕັກນິກ AI ຄວນຍຶດໝັ້ນຖືຄົນເປັນກົກ, ພັດທະນາເຕັກນິກ AI ໄປສູ່ທິດທາງທີ່ດີ, ເຄົາລົບເຊິ່ງກັນແລະກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອຍົກລະດັບຄວາມປອດໄພ, ຄວາມໄວ້ເນື້ອເຊື່ອໃຈກັນ, ຄວນຄວບຄຸມໃຫ້ໄດ້ ແລະ ຄວາມຍຸຕິທຳຂອງເຕັກນິກ AI, ໃຫ້ເກີດຂຶ້ນເປັນຂອບການບໍລິຫານ ແລະ ມາດຕະຖານການບໍລິຫານເຕັກນິກ AI ໃນຂອບເຂດທົ່ວໂລກ ທີ່ມີຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງ, ເພີ່ມທະວີການຮ່ວມມືສາກົນ ແລະ ການຊ່ວຍເຫຼືອ ທີ່ອວ່າຍໜ້າໄປສູ່ປະເທດພວມພັດທະນາ ແລະອື່ນໆ.
ເດືອນກໍລະກົດປີ 2024, ຈີນໄດ້ສະເໜີຮ່າງມະຕິເພີ່ມທະວີການຮ່ວມມືສາກົນກ່ຽວກັບການພັດທະນາຄວາມສາມາດດ້ານເຕັກນິກ AI ໄດ້ຜ່ານການຮັບຮອງໃນສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78 ເຊິ່ງແມ່ນມະຕິຂອງອົງການສະຫະປະຊາຊາດ ສະບັບທຳອິດໃນການຮ່ວມມືສາກົນກ່ຽວກັບການສ້າງສາຄວາມສາມາດດ້ານເຕັກນິກ AI. ເດືອນພະຈິກ ປີດຽວກັນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເນັ້ນໜັກໃນກອງປະຊຸມສຸດຍອດຣີໂອເດີຈາເນໂຣຂອງກຸ່ມ 20 ປະເທດວ່າ: ຄວນເພີ່ມທະວີການບໍລິຫານ ແລະ ຮ່ວມມືສາກົນກ່ຽວກັບເຕັກນິກ AI ເພື່ອຮັບປະກັນໃຫ້ເຕັກນິກ AI ໄດ້ຮັບການພັດທະນາໄປທິດທາງທີ່ດີ ແລະ ສ້າງຄວາມສຸກໃຫ້ແກ່ມວນມະນຸດ ພ້ອມທັງຫຼີກລ່ຽງບໍ່ໃຫ້ມັນກາຍເປັນ “ເກມຫຼິ້ນຂອງປະເທດຮັ່ງມີ ແລະ ຄົນຮັ່ງມີ”.
ນອກຈາກນີ້, ຈີນຍັງໄດ້ຮ່ວມກັບຝຣັ່ງເຜີຍແຜ່ຖະແຫຼງການຮ່ວມກ່ຽວກັບເຕັກນິກ AI ແລະ ການບໍລິຫານເຕັກນິກ AI ໃນຂອບເຂດທົ່ວໂລກ. ຈີນ ແລະ ອາເມຣິກາໄດ້ດຳເນີນການສົນທະນາກັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ ກ່ຽວກັບການບໍລິຫານເຕັກນິກ AI ແລະ ລົງນາມໃນມະຕິເຕັກນນິກ AI ທີ່ຝ່າຍກົງກັນຂ້າມສະເໜີອອກມາ. ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນທີ່ເປັນປະເທດໃຫຍ່ຂອງໂລກ.
ວິທະຍາສາດບໍ່ມີເຂດແດນ. ເມື່ອຫວນຄືນປະຫວັດສາດການພັດທະນາຂອງມວນມະນຸດ, ການຄົ້ນຄວ້າດ້ານວິທະຍາສາດ ແລະ ການປະດິດສ້າງໃໝ່ທຸກຄັ້ງ ລ້ວນແຕ່ປາສະຈາກການແລກປ່ຽນ ແລະ ການຮ່ວມມືສາກົນບໍ່ໄດ້. ແຕ່ວ່າ, ປັດຈຸບັນນີ້, ໃນຂົງເຂດເຕັກນິກ AI ໄດ້ປະກົດມີທ່າອຽງທີ່ບໍ່ດີຢ່າງໜຶ່ງ ກໍຄື: ປະເທດໃນໂລກຕາເວັນຕົກ ບາງປະເທດມີເຈດຈຳນົງຖືເອົາເຕັກນິກ AI ເປັນເຄື່ອງມືປ້ອງກັນສິດເປັນເຈົ້າອຳນາດຂອງຕົນ, ຈາກການຈຳກັດການສົ່ງອອກແຜ່ນຊິບເຕັກນິກ AI, ລວມເຖິງການຫ້າມບໍ່ໃຫ້ໃຊ້ຜະລິດຕະພັນໂຄງສ້າງທັນສະໄໝຂອງປະເທດອື່ນ ແລະ ປະຕິເສດການລົງນາມໃນຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດວ່າດ້ວຍການເຄື່ອນໄຫວດ້ານເຕັກນິກ AI ປາຣີ ເຊິ່ງເປັນການຝືນກັບຈິດໃຈປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ບໍ່ມີຜົນດີຕໍ່ການພັດທະນາວິທະຍາສາດເຕັກໂນໂລຊີຂອງໂລກ ແລະ ຈະກີດຂວາງການພັດທະນາຂອງຕົນເອງ.
ເມື່ອສົມທຽບກັນແລ້ວເຫັນວ່າ: ລັດຖະບານຈີນ ມີເຈດຕະນາໃຫ້ວິທະຍາສາດເຕັກໂນໂລຊີໄດ້ຮັບການພັດທະນາແບບຢ່າງທົ່ວເຖິງ ແລະ ຍິນດີແບ່ງປັນບົດຮຽນຂອງຕົນກັບໂລກ, ໂຄງສ້າງເຕັກນິກ AI ຂະໜາດໃຫຍ່ DeepSeek ຂອງຈີນໄດ້ເປີດເຜີຍໂຄງສ້າງຂອງຕົນ ເຊິ່ງມີຄວາມສອດຄ່ອງກັບກະແສຄວາມນິຍົມຂອງຍຸກສະໄໝ. ຫວ່າງມໍ່ໆມານີ້, ໜັງສືພິມ “ນັກສັງເກດການປາກິດສະຖານ” ຕີລາຄາວ່າ: ໃນເສດຖະກິດເຕັກນິກ AI ທີ່ໄດ້ຮັບການພັດທະນາຢ່າງວ່ອງໄວ, ຈີນໄດ້ກາຍເປັນຜູ້ເຂົ້າຮ່ວມທີ່ເຂັ້ມແຂງ ເຊິ່ງໄດ້ສະໜອງຊັບສົມບັດທີ່ອຸດົມສົມບູນໃຫ້ແກ່ປະເທດພວມພັດທະນາ ໂດຍສະເພາະແມ່ນປະເທດເຂດໂລກໃຕ້ ແລະ ຊ່ວຍປະເທດເຫຼົ່ານີ້ພັດທະນາທັນກັບບາດກ້າວດ້ານເຕັກນິກທົ່ວໂລກ.
ບໍ່ວ່າມວນມະນຸດໄດ້ກຽມພ້ອມແລ້ວຫຼືບໍ່, ກະແສຄວາມນິຍົມດ້ານເຕັກນິກ AI ໄດ້ປາກົດຂຶ້ນມາຢ່າງຄຶກຄື້ນແລ້ວ. ເຊິ່ງມັນປຽບຄືດັ່ງ “ດາບສອງຄົມ”, ທັງສາມາດກາຍເປັນກຳລັງປັບປຸງການປົກຄອງສັງຄົມ ແລະ ປົກປ້ອງຄວາມໝັ້ນຄົງສາກົນ, ແຕ່ກົງກັນຂ້າມ ມັນອາດຈະກາຍເປັນແຫຼ່ງໄພຂົ່ມຂູ່ຕໍ່ຄວາມຍຸດທິຕຳ ແລະ ຄວາມເປັນທຳ, ຈົນເຖິງຂັ້ນເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ຈະນຳໃຊ້ “ດາບສອງຄົມ” ນີ້ໃຫ້ດີໄດ້ຄືແນວໃດ? ນີ້ແມ່ນຫົວຂໍ້ສໍາຄັນທີ່ສຸດທີ່ບັນດາປະເທດທົ່ວໂລກຕ້ອງໄດ້ຄົ້ນຄວ້າຮ່ວມກັນ. ຈີນໄດ້ສະເໜີ “ຂໍ້ລິເລີ່ມວ່າດ້ວຍການບໍລິຫານເຕັກນິກ AI ໃນຂອບເຂດທົ່ວໂລກ” ເຊິ່ງໄດ້ສະໜອງແຜນການຂອງຈີນກ່ຽວກັບຫົວຂໍ້ດັ່ງກ່າວ, ເຊິ່ງເປັນສິ່ງທີິ່ໂລກຄວນຮັບຟັງ, ຄົ້ນຄິດ ແລະ ມີສຽງຕອບຮັບ.
Cr: CMG
ກັບຄືນໜ້າຫຼັກ