02055561628

ສລດ ກອງປະຊຸມສໍາມະນາໃນຫົວຂໍ້ Internet Exchange, Data Center and Digital Platform

ໃນຕອນບ່າຍຂອງວັນທີ 07 ມິຖຸນາ 2023, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສູນບໍລິຫານລັດດິຈິຕອນ (ສລດ), ກຕສ ຮ່ວມກັບ ບໍລິສັດ Real LAOS Partnership (RLP) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້ Internet Exchange, Data Center and Digital Platform  ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນ ບໍລິຫານລັດດິຈິຕອນ ແລະ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຜູ້ກໍ່ຕັ້ງບໍລິສັດ Real Laos Partnership (RLP), ມີຜູ້ຕາງໜ້າເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບໍລິສັດ REAL LAOS PARTNERSHIP ແລະ ຜູ້ຕາງໜ້າຈາກ ຫ້ອງການ, ​ກົມ, ສະຖາບັນ, ອົງການ, ສູນ ພາຍໃນ ກຕສ ຈຳນວນ 30 ກວ່າທ່ານ.  

ຈຸດປະສົງຂອງການຈັດກອງປະຊຸມສຳມະນາຄັ້ງນີ້ ກໍເພື່ອສ້າງກິດຈະກຳການຮ່ວມມືແລກປ່ຽນຄວາມຮູ້ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອນໍາສະເໜີແນວໂນ້ມການພັດທະນາເຕັກໂນໂລຊີການສື່ສານ, ການຄຸ້ມຄອງ ລະບົບເຄືອ​ຂ່າຍ,  ສູນຂໍ້ມູນດິຈິຕອນ, ບັນດາ Platform ຂອງວຽກງານການຫັນເປັນດິຈິຕອນ.

ທ່ານ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວຕໍ່ກອງປະຊຸມສຳມະນາຄັ້ງນີ້ວ່າ:  “ການພັດທະນາ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີ ດິຈິຕອນ, ລະບົບເຄືຍຂ່າຍອິນເຕີເນັດ, ການຄຸ້ມຄອງຂໍ້ມູນ, ສູນຂໍ້ມູນຂ່າວສານ ແລະ ບັນດາ Platform ການຫັນເປັນດິຈິຕອນ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າບັນດາລະບົບຕ່າງໆ ແມ່ນເຄື່ອງມືຮັບໃຊ້ເຂົ້າໃນວຽກງານຂອງພາກລັດໃນການຫັນເປັນລັດຖະບານດິຈິຕອນ ແລະ  ເປັນການສ້າງບາດກ້າວການຫັນປ່ຽນໃໝ່, ຮັບປະກັນເຮັດໃຫ້ວຽກງານມີຄວາມສະດວກວ່ອງໄວແທດເໝາະກັບຍຸກແຫ່ງອຸດສາຫະກໍາ 4.0 ແລະ ເພື່ອມາຊຸກຍູ້ວຽກງານ ຫັນເປັນເສດຖະກິດດິຈິຕອນ ຂອງ ສປປລາວ”

ກອງປະຊຸມໄດ້ຮັບຟັງການນໍາສະເໜີຂອງບັນດາຊ່ຽວຊານຈາກພາຍໃນ ແລະ  ຕ່າງປະເທດ ທີ່ໄດ້ມາແລກປ່ຽນ ກ່ຽວກັບທາງເລືອກຂອງລະບົບ, ເຕັກໂນໂລຊີ ທີ່ນໍາໃຊ້ໃນ ສູນຂໍ້ມູນຂ່າວສານ ແລະ ການຄຸ້ມຄອງຂໍ້ມູນອິນເຕີເນັດ (Internet Exchange, Data Center and Digital Platform), ພ້ອມນີ້ ຕາງໜ້າຈາກ ສູນບໍລິຫານລັດ ແລະ ສູນອິນເຕິເນັດແຫ່ງຊາດ ໄດ້ນໍາສະເໜີ ພາລະບົດບາດ, ບັນດາລະບົບ, ການບໍລິການ ແລະ ແຜນພັດທະນາ ຂອງສູນ. ຕອນທ້າຍຂອງກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການພັດທະນາ ແລະ ເປັນການສ້າງຄວາມອາດສາມາດ, ເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານຂອງກະຊວງໃນຕໍ່ໜ້າ.

 

ແຫຼ່ງ: ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ/09/06/2023

Leave a Reply

Your email address will not be published. Required fields are marked *