02055561628

ນາຍົກລັດຖະມົນຕີ ຊີ້ນໍາບາງບັນຫາ ກ່ຽວກັບ ການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ

ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາການນໍາລະດັບລັດຖະມົນຕີ ວ່າດ້ວຍການນໍາໃຊ້ກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ ໃນວັນທີ 26 ພຶດສະພາ 2023 ນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນຊີ້ນໍາວ່າ: ໃນ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ຂອງ​ປະ​ເທດ​ເຮົາ ຈະ​ຕ້ອງ​​ໄດ້​ເອົາ​ໃຈ​ໃສ່​ທິດ​ທາງ​ວຽກ​ງານ​ຕົ້ນ​ຕໍ​ຈຳ​ນວນ​ໜຶ່ງ ເປັນ​ຕົ້ນ​ແມ່ນ:

  1. ບຸກ​ທະ​ລຸ​ທາງ​ດ້ານ​ຈິນ​ຕະ​ນາ​ການ ເພື່ອ​ສ້າງ​ຄວາມ​ສຳ​ນຶກ​ທີ່​ເປັນ​ເອ​ກະ​ພາບ, ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ລັດ, ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ທຸກ​ອົງ​ການ​ຈັດ​ຕັ້ງ​ທາງ​ດ້ານ​ການ​ເມືອງ-ສັງ​ຄົມ, ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ເຫັນ​ໄດ້​ຄວາມ​ສຳ​ຄັນ​ອັນ​ຮີບ​ດ່ວນ ແລະ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ໃນ​ການ​ຫັນ​ເປັນ​ດິ​ຈິ​ຕອນ, ໂດຍ​ຖື​ວຽກ​ງານ​ດັ່ງ​ກ່າວ​ເປັນ​ວຽກ​ງານ​ຈຸດ​ສຸມ​ເຊື່ອມ​ໂຍງ​ກັບ​​​ບັນ​ດາ​ເປົ້າ​ໝາຍ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ທຸກ​ຂະ​ແໜງ​ການ. ສ້າງ ແລະ ປັບ​ປຸງ​ນິ​ຕິ​ກຳ​ຂອງ​ທຸກໆ​ຂະ​ແໜງ​ການ​ໃຫ້​ສອດ​ຄ່ອງ​ຮອງ​ຮັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ສາ​ມາດ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ຢ່າງ​ເປັນ​ເຈົ້າ​ການ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ແກ່​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ເຮົາ​​ໃຫ້​ເກີດ​ມີແຫຼ່ງລາຍຮັບໃໝ່, ​ຜະ​ລິດ​ຕະ​ພັນ​ໃໝ່, ການ​ບໍ​ລິ​ການ​ໃໝ່ ແລະ ເສດ​ຖະ​ກິດ​ແບບ​ໃໝ່​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ; ແຕ່​ພ້ອມ​ກັນ​ນັ້ນ ຕ້ອງ​ປ້ອງ​ກັນ​ຜົນ​ກະ​ທົບ​ທາງ​ລົບຕໍ່​ກັບ​ເສດ​ຖະ​ກິດ-ສັງ​ຄົມ​ໃຫ້​ໄດ້​ຢ່າງ​ທັນ​ການ; ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ; ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ໃຫ້​ເໝາະ​ສົມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕ໋ອນ, ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ສ້າງ​ນະ​ວັດ​ຕະ​ກຳ, ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ, ສ້າງ​ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕ໋ອນ, ສ້າງ​ມາດ​ຕະ​ຖານ​ເຕັກ​ນິກ ແລະ  ຍົກສູງ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ.
  2. ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕ້ອງມີ​ຄຸນ​ນະ​ພາບ​ສູງ ແລະ ສອດຄ່ອງກັບສະພາບການຫັນ ປ່ຽນຂອງຍຸກສະໄໝ ​ເພື່ອ​ຮອງ​ຮັບ​ການ​ຫັນ​ເປັນ​ດິຈິ​ຕ໋ອນ​ຂອງ​ປະ​ເທດ​ເຮົາ. ເອົາ​ໃຈ​ໃສ່​ຍົກ​ລະ​ດັບ ແລະ ປັບ​ປຸງ​ເນື້ອ​ໃນ​ການ​ສຶກ​ສາ ແລະ ການ​ຝຶກ​ອົບ​ຮົມ​ເພື່ອ​ໃຫ້ພະນັກງານ, ​ນັກ​ຮຽນຮູ້, ນັກ​ສຶກ​ສາ, ປັນຍາຊົນ ​ແລະ ທົ່ວສັງຄົມ ໃຫ້ສາມາດເຂົ້າ​ເຖິງ​ແຫຼ່ງ​ຄວາມຮູ້​ທາງ​ດ້ານ​ດິຈິ​ຕ໋ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ການ​ພັດ​ທະ​ນາ​ໃຫ້​ທັນ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກ​ໂນ​ໂລ​ຊີ​ທີ່​ປ່ຽນ​ແປງ​ຢູ່​ສະ​ເໝີ; ສົ່ງ​ເສີມ​ການ​ຮຽນ​ຮູ້​ທັກ​ສະ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ​ຂັ້ນ​ພື້ນ​ຖານ ແລະ ພາ​ສາ​ຕ່າງ​ປະ​ເທດ​ເຂົ້າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ​ລະ​ດັບ​ສາ​ມັນ​ທົ່ວ​ໄປ; ປັບ​ປຸງ​ວິ​​ທີ​ການ​ຮຽນ​ການ​ສອນ​ໃຫ້​ທັນ​ສະ​ໄໝ ບົນ​ພື້ນ​ຖານ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ; ຖື​ເອົາ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຕະ​ຫຼາດ​ແຮງ​ງານ ແລະ ການ​ປະ​ເມີນ​ຂອງ​ວິ​ສາ​ຫະ​ກິດ ເປັນ​ຕົວ​ຊີ້​ວັດ​ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ການ​ຮຽນ​ການ​ສອນ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ; ສົ່ງ​ເສີມ​ໃຫ້​ນັກ​ຮຽນ-​ນັກ​ສຶກ​ສາ​ສ້າງ​ທັກ​ສະ​ທາງ​ດ້ານ​ດິ​ຈິ​ຕ໋ອນ ແລະ ແຂ່ງ​ຂັນ​ຄວາມ​ຮູ້​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ. ສ້າງ​ນະ​ໂຍ​ບາຍ ແລະ ກົນ​ໄກ​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ພັນ​ກັບ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕ໋ອນ ມີ​ສ່ວນ​ຮ່ວມ​ໂດຍ​ກົງໃນ​ການ​ສົ່ງ​ເສີມ​ການ​ສຶກ​ສາ, ການ​ຝຶກ​ອົບ​ຮົມ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕ໋ອນ; ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ ໃນ​ການ​ສ້າງ​ສູນ​ການ​ສຶກ​ສາ ແລະ ຝຶກ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ສູງ ແນ​ໃສ່​ໃຫ້​ນັກ​ຮຽນ-​ນັກ​ສຶກ​ສາ ສາ​ມາດ​ຂຸດ​ຄົ້ນ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕົນ, ຈັດ​ຕັ້ງ​ການ​ບຳ​ລຸງ​ວິ​ຊາ​ຊີບ ແລະ ການ​ຮຽນ​ຮູ້​ທັກ​ສະ​ໃໝ່​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ ໃຫ້​ຜູ້​ຫວ່າງ​ງານ ຫຼື ຜູ້​ທີ່​ຕ້ອງ​ການ​ປ່ຽນ​ອາ​ຊີບ​ໃໝ່; ຈັດ​ຕັ້ງ​ຝຶກ​ອົບ​ຮົມ ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ແຮງ​ງານ​ທົ່ວ​ໄປ​ຢ່າງ​ເປັນ​ປະ​ຈຳ ເພື່ອ​ຍົກ​ລະ​ດັບ​ທັກ​ສະ ແລະ ຄວາມ​ຊຳ​ນານ ໃຫ້​ທັນ​ກັບ​ສະ​ພາບ​ຂອງ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ.
  3. ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ ເພື່ອ​ສ້າງ​ຄວາມ​ອາດ​ສາ​ມາດ ແລະ ຄວາມ​ເຂັ້ມ​ແຂງ ໃຫ້​ແກ່​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ, ເປັນ​ຕົ້ນ​ແມ່ນ: ປັບ​ປຸງ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ ໃຫ້​ມີ​ຄຸ​ນນະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍ​ການ​ຊຸກ​ຍູ້​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ໂຄງ​ລ່າງ​ພື້ນ​ຖານ​ອື່ນ​ສຳ​ລັບ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ແຫ່ງ​ຊາດ. ສ້າງ ແລະ ພັດ​ທະ​ນາ​ສູນ​ຂໍ້​ມູນ​ແຫ່ງ​ຊາດ ເພື່ອ​ນຳ​ໃຊ້​ຮ່ວມ​ກັນ​ຂອງ​ທຸກ​ອົງ​ການ​ຈັດ​ຕັ້ງ​ພັກ-ລັດ ໂດຍ​ເຊື່ອມ​ໂຍງ​ກັບ​ບັນ​ດາ​ສູນ​ຂໍ້​ມູນ​ຂອງ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ປອດ​ໄພ​ຂອງ​ລະ​ບົບ​ຂໍ້​ມູນ​ທັງ​ຂອງ​ພາກ​ລັດ ແລະ ເອ​ກະ​ຊົນ ໂດຍ​ການ​ຍົກ​ລະ​ດັບ​ເຄື່ອງ​ມື, ອຸ​ປະ​ກອນ ແລະ ພາ​ຫະ​ນະ​ໃນ​ການ​ເກັບ​ກຳ, ຮັກ​ສາ, ປຸງ​ແຕ່ງ ແລະ ປົກ​ປ້ອງ​ຂໍ້​ມູນ​ທີ່​ເປັນ​ຂອງ​ສ່ວນ​ລວມ. ຍົກ​ລະ​ດັບ ແລະ ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂໍ້​ມູນ ແລະ ຕາ​ໜ່າງ​ເຄືອ​ຂ່າຍ ໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ​ນະ​ໂຍ​ບາຍ ແລະ ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ລະ​ບົບ​ຄວາມ​ປອດ​ໄພ​ໄຊ​ເບີ​ຂອງ​ປະ​ເທດ​ເຮົາ. ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ບັນ​ດາ​ຂະ​ແໜງ​ການ​ທີ່​ເຫັນ​ວ່າ​ມີ​ຄວາມ​ສຳ​ຄັນ ແລະ ຈຳ​ເປັນ​ເພື່ອ​ສົ່ງ​ເສີມ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ ໂດຍ​ສະ​ເພາະ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ພະ​ລັງ​ງານ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫ້​ມີ​ຄວາມ​ສະ​ດວກ ແລະ ໝັ້ນ​ຄົງ.
  4. ເອົາ​ໃຈ​ໃສ່​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ເປັນ​ບູ​ລິ​ມະ​ສິດ ແລະ ເປັນ​ຈຸດ​ສຸມ​ເພື່ອ​ເຮັດ​ໃຫ້​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ, ການທ່ອງທ່ຽວ ແລະ ການ​ບໍ​ລິ​ການ​ທີ່​ເປັນ​ອົງ​ປະ​ກອບ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ປະ​ເທດ​ເຮົາ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ. ສຸມ​ໃສ່​ພັດ​ທະ​ນາ​ຂະ​ແໜງ​ການ ທີ່​ມີ​ຄວາມ​ພ້ອມ​ສູງ ແລະ ເປັນ​ບູ​ລິ​ມະ​ສິດ ເປັນ​ຕົ້ນ​ແມ່ນ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສື່​ສານ​ຂໍ້​ມູນ​ຂ່າວ​ສານ, ເອ​ເລັກ​ໂຕຣ​ນິກ, ໂທ​ລະ​ຄົມ​ມະ​ນາ​ຄົມ, ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ໂຮງ​ງານ​ຜະ​ລິດ​ແບບ​ອັດ​ຕະ​ໂນ​ມັດ, ການ​ທະ​ນາ​ຄານ​ເອ​ເລັກ​ໂຕຣ​ນິກ, ການ​ຄ້າ​ທາງ​ເອ​ເລັກ​ໂຕຣ​ນິກ, ການ​ກະ​ສິ​ກຳ​ດິ​ຈິ​ຕ໋ອນ, ການ​ທ່ອງ​ທ່ຽວ​ດິ​ຈິ​ຕ໋ອນ, ວັດ​ທະ​ນະ​ທຳ​ດິ​ຈິ​ຕ໋ອນ, ສາ​ທາ​ລະ​ນະ​ສຸກ​ດິ​ຈິ​ຕ໋ອນ, ການ​ສຶກ​ສາ ແລະ ຝຶກ​ອົບ​ຮົມ​ດິ​ຈິ​ຕ໋ອນ. ​ຈັດ​ສັນ​ຊັບ​ພະ​ຍາ​ກອນ ໃຫ້​ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄ​ງ​ການ​ຄົ້ນ​ຄວ້າ​ທີ່​ມີ​ຄວາມ​ສຳ​ຄັນ​ລະ​ດັບ​ຊາດ ໂດຍ​ສະ​ເພາະ​ແມ່ນ​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ບູ​ລິ​ມະ​ສິດ​ແບບ​ມີ​ຈຸດ​ສຸມ ເປັນ​ຕົ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ດິຈິ ຕ໋ອນ, ເຕັກ​ໂນ​ໂລ​ຊີ​ກົນ​ຈັກ, ເຕັກ​ໂນ​ໂລ​ຊີ​ພະ​ລັງ​ງານ​ໃໝ່, ປັນ​ຍາ​​ປະ​ດິດ, ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ, ເຕັກ​ໂນ​ໂລ​ຊີ​ທາງ​ດ້ານ​ການ​ແພດ. ສ້າງ​ນະ​ໂຍ​ບາຍ ແລະ ສະ​ພາບ​ແວ​ລ້ອມ​ທີ່​ເອື້ອ​ອຳ​ນວຍ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ ໂດຍ​ສະ​ເພາະ​ບັນ​ດາ​ແຜນ​ງານ​ສົ່ງ​ເສີມ​ນະ​ວັດ​ຕະ​ກຳ ແລະ ການ​ນຳ​ໃຊ້​ໝາກ​ຜົນ​ຂອງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຂອງ​ຄົນ​ລາວ.
  5. ສັງຄົມມະນຸດກໍາລັງຫັນປ່ຽນຈາກອາລະຍະທໍາອຸດສາຫະກໍາໄປສູ່ອາລະຍະທໍາດິຈິຕ໋ອນ, ແລະ ເຕັກໂນໂລຊີດິຈິຕ໋ອນກໍາລັງຂະຫຍາຍຕົວຢ່າງວອງໄວ, ລະບົບປັນ​ຍາ​​ປະ​ດິດ (A.I.), ລະບົບເວັບໄຊທ໌ 3.0 (Web 3.0), ລະບົບກຸ່ມຂໍ້ມູນຜູກພັນ (Blockchain 4.0) ແລະອື່ນໆມາຮອດແລ້ວ. ພວກເຮົາຄວນຈະເປີດກວ້າງຢ່າງ​ຕັ້ງ​ໜ້າ, ຊອກຫາຊັບ ພະຍາກອນທົ່ວໂລກ ແລະ ຍິນດີຕ້ອນຮັບຜູ້ທີ່ມີພອນສະຫວັນດ້ານວິທະຍາສາດ, ກອງທຶນ ​ແລະ​ໂຄງ ການທົ່ວໂລກເພື່ອ​ຮ່ວມ​ມື​ການພັດທະນາ​ແລະ ການ​ກໍ່ສ້າງ​ກັບປະເທດລາວ, ຊຸກ​ຍູ້​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ຢູ່​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ, ລັດ ເພື່ອ​ຍົກ​ລະ​ດັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ບໍ​ລິ​ການ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ສູ​ງ. ເອົາ​ໃຈ​ໃສ່​ຊີ້​ນຳ-ນຳ​ພາ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ຢ່າງ​ຕັ້ງ​ໜ້າ​ຢູ່​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ທາງ​ການ​ເມືອງ-ສັງ​ຄົມ ໃຫ້​ມີ​ຄວາມ​ເປັນ​ເອ​ກະ​ພາບ. ສ້າງ​ຖານ​ຂໍ້​ມູນ​ດິ​ຈິ​ຕ໋ອນ​ຂອງ​ລັດ​ຖະ​ບານ ແລະ ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ລັດ​ທຸກ​ຂັ້ນ​ໃຫ້​ໄດ້​ມາດ​​ຕະ​ຖານ​ສາ​ກົນ ແລະ ສາ​ມາດ​ເຊື່ອມ​ຕໍ່​ຫາ​ກັນ​ໄດ້ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ ໄດ້​ເຂົ້າ​ເຖິງ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ພັກ​ລັດ​ຢ່າງ​ທັນ​ການ; ປັບ​ປຸງ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ເຄື່ອງ​ມື​ອຸ​ປະ​ກອນ ເພື່ອ​ເກັບ​ກຳ ແລະ ຄຸ້ມ​ຄອງ​ຂໍ້​ມູນ ແລະ ການ​ເຮັດ​ທຸ​ລະ​ກຳ​ແບບ​ເອ​ເລັກ​ໂຕຣ​ນິກ​ຂອງ​ບັນ​ດາ​ໜ່ວຍ​ງານ​ລັດ​ຖະ​ບານ. ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ກັບ​ບັນ​ດາ​ພະ​ນັກ​ງານ​ການ​ນຳ, ພະ​ນັກ​ງານ​ຄຸ້ມ​ຄອງ ແລະ ພະ​ນັກ​ງານ​ລັດ​ຖະ​ກອນ​ທົ່ວ​ໄປ​ທັງ​ພາຍ​ໃນ​ອົງ​ການ​ຈັດ​ຕັ້ງ ແລະ ບັນ​ດາ​ບໍ​ລິ​ສັດ​ວິ​ສາ​ຫະ​ກິດ​ໃຫ້​ໄດ້​ມາດ​ຕະ​ຖານ​ສອດ​ຄ່ອງ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ; ສ້າງ​ກົນ​ໄກ ແລະ ລະ​ບຽບ​ການ​ໃນ​ການ​ປະ​ສານ​ງານ ແລະ ເຮັດ​ວຽກ​ຮ່ວມ​ກັນ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ລັດ​ຢ່າງ​ຊັດ​ເຈນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ແຜນ​ງານ​ການ​ຫັນ​ເປັນ​ດິ​ຈິ​ຕອນ ເພື່ອ​ຫຼຸດ​ຜ່ອນ​ການ​ເຮັດ​ທຸ​ລະ​ກຳ​ຮ່ວມ​ກັນ​ໃນ​ຮູບ​ແບບ​ດັ່ງ​ເດີມ​ໃຫ້​ໜ້ອຍ​ທີ່​ສຸດ ແລະ ຫັນ​ປ່ຽນ​ໄປ​ສູ່​ການ​ດຳ​ເນີນ​ງານ​ໃນ​ຮູບ​ແບບ​ລັດ​ຖະ​ບາ​ນ​ດິ​ຈິ​ຕ໋ອນ.

 

ເອົາ​ໃຈ​ໃສ່​ສົ່ງ​ເສີມ ແລະ ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ​ກົນ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດ​ຮຽນ, ຄວາມ​ຮູ້ ແລະ ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ມາ​ພັດ​ທະ​ນາ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ ຂອງ ສປ​ປ ລາວ. ດຶງ​ດູດ ແລະ ຍາດ​ແຍ່ງ ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຈາ​ກ​ຕ່າງ​ປະ​ເທດ ແລະ ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ, ການ​ປະ​ດິດ​ນະ​ວັດ​ຕະ​ກຳ, ການດຳ​ເນີນ​ທຸ​ລະ​ກິດ​ຂອງ​ຜູ້​ປະ​ກອບ​ການ​ສະ​ຕາດ​ອັບ ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຄົນ​ລາວ. ດຳ​ເນີນ​ສ້າງ ແລະ ປັບ​ປຸງ​ບັນ​ດາ​ນະ​ໂຍ​ບາຍ ທີ່​ຕິດ​ພັນ​ໂດຍ​ກົງ​ກັບ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຕາມ​ທິດ​ຍົກ​ສູງ​ມາດ​ຕະ​ຖານ​ເຕັກ​ໂນ​ໂລ​ຊີ, ຊຸກຍູ້​ການ​ຮ່ວມ​ທຸ​ລະ​ກິດ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຊື່ອມ​ໂຍງ ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ລະ​ຫວ່າງ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ; ຄຸ້ມ​ຄອງ​ກິດ​ຈະ​ກຳ​ທຸ​ລະ​ກິດ​ຂ້າມ​ຊາດ​ທີ່​ບໍ່​ມີ​ການ​ຈັດ​ຕັ້ງ ຢູ່​ໃນ ສ​ປ​ປ ລາວ ເພື່ອ​ປ້ອງ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ປະ​ກອບ​ການ​ພາຍ​ໃນ​ປະ​ເທດ.

 

ແຫຼ່ງ: ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ/ 26/05/2023

Leave a Reply

Your email address will not be published. Required fields are marked *