02055561628

ລາວ-ຫວຽດນາມ ລົງນາມບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບົດບັນທຶກວ່າດ້ວຍການຮ່ວມມືດ້ານວິທະຍາສາດ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຖິງສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມຄະນະຜູ້ແທນການນໍາຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-11 ເດືອນເມສາ 2023. ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງ ສະຫາຍ ຫວໍ ວັນ ເຖືອງ ພາຍຫຼັງດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ.

ໃນຕອນເຊົ້າ ວັນທີ 10 ເມສາ 2023, ພິທີຕ້ອນຮັບສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຖືກຈັດຂຶ້ນຢ່າງສົມກຽດຢູ່ທີ່ ທຳນຽບປະທານປະເທດ ໂດຍການເປັນປະທານພິທີຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປລາວ.

ພາຍຫຼັງພິທີຕ້ອນຮັບ, ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ມີການພົບປະເຈລະຈາກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນສັກຂີພິຍານ ພິທີລົງນາມໃນເອກະສານຮ່ວມມື ລະຫວ່າງສອງປະເທດ. ບັນດາເອກະສານຮ່ວມມືທີ່ໄດ້ຮັບການລົງນາມລວມມີ: (1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຕາງໜ້າລົງນາມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຕາງໜ້າລົງນາມໂດຍ ທ່ານ ຮສ. ປອ. ຮວິ່ງ ແທ່ງ ດາດ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; (2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ.

ພາບ ແລະ ຂ່າວ: ພະແນກຮ່ວມມືທະວິພາຄີ, ຫ້ອງການກະຊວງເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ/11/04/2023

One thought on “ລາວ-ຫວຽດນາມ ລົງນາມບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບົດບັນທຶກວ່າດ້ວຍການຮ່ວມມືດ້ານວິທະຍາສາດ

Leave a Reply

Your email address will not be published. Required fields are marked *