02055561628

ພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມື ພັດທະນາ, ບໍລິການລະບົບ ຫ້ອງການທັນສະໄໝ (E-Office) ແລະ ລະບົບເຊື່ອມໂຍງແລກປ່ຽນເອກະສານຂອງບັນດາອົງການຈັດຕັ້ງພັກ-ລັດ

ໃນວັນທີ 19 ພຶດສະພາ 2023 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 5 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມື ໃນຮູບແບບພາກລັດກັບພາກເອກະຊົນ (PPP) ເພື່ອພັດທະນາ ແລະ ບໍລິການລະບົບ E-Office ແລະ ລະບົບການເຊື່ອມໂຍງແລກປ່ຽນເອກະສານຂອງບັນດາອົງການຈັດຕັ້ງພັກ-ລັດ ລະຫວ່າງ ສູນບໍລິຫານລັດດິຈິຕອນ, ກຕສ ແລະ ບໍລິສັດ ເອັສບີແລັບ 856 ຈໍາກັດ.

ຈຸດປະສົງຂອງພິທີເຊັນບົດບັນທຶກ ກໍເພື່ອສະແດງໃຫ້ເຫັນເຖິງບູລິມະສິດອັນຮີບດ່ວນຂອງລັດຖະບານ ໃນການຫັນເປັນທັນສະໄໝ,  ປັດໄຈສຳຄັນຕົ້ນຕໍກໍແມ່ນການສ້າງພື້ນຖານໂຄງລ່າງເພື່ອຫັນເປັນທັນສະໄໝ. ໃນໄລຍະຜ່ານມາ ທັງສອງພາກສ່ວນໄດ້ຮ່ວມມືກັນເພື່ອລິເລີ່ມສຶກສາຄົ້ນຄວ້າ ພັດທະນາ ແລະ ຂະຫຍາຍການນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office) ຊຶ່ງມາຮອດປັດຈຸບັນແມ່ນໄດ້ສໍາເລັດການພັດທະນາ ແລະ ໄດ້ຕິດຕັ້ງລະບົບຫ້ອງການທັນສະໄໝ (E-Office) ໃນບາງພາກສ່ວນ, ຊຶ່ງລວມມີບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າກະຊວງຂັ້ນ ສູນກາງ ແລະ ທ້ອງຖິ່ນ. ສຳລັບລະບົບຫ້ອງການທັນສະໄໝ (E-Office) ແມ່ນລະບົບການບໍລິຫານວຽກງານຫ້ອງການໃນຮູບແບບເອເລັກໂຕຣນິກ,​ ຄຸ້ມຄອງການຈໍລະຈອນເອກະສານ ແລະ ການນໍາໃຊ້ລາຍເຊັນໃນເອກະສານແບບເອເລັກໂຕຣນິກຂອງພາກລັດ ເພື່ອເປັນການຊຸກຍູ້ສົ່ງເສີມການບໍລິຫານ ແລະ ບໍລິການລັດ ໂດຍນຳໃຊ້ເຕັກໂນໂລຊີ ເຂົ້າມາເປັນເຄຶື່ອງມືພື້ນຖານເພື່ອຫັນເປັນດິຈິຕອນ.

ໃນພິທີຄັ້ງນີ້, ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ໃຫ້ຮູ້ວ່າ: ວຽກງານການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ  ໄດ້ກາຍເປັນຂະແໜງການປາຍແຫຼມ ທີ່ປີ່ນອ້ອມໃຫ້ແກ່ວຽກງານໃນທຸກຂະແໜງການ, ຊຶ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແລະ ລັດຖະບານ ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ(2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5  ປີ (2021-2025).  ຊຶ່ງວຽກງານການພັດທະນາລະບົບພື້ນຖານໂຄງລ່າງ  ແລະ ການນຳໃຊ້ລະບົບດິຈິຕອນ ກໍເປັນວຽກໜຶ່ງທີ່ນອນໃນ 8 ຍຸດທະສາດ ແລະ 14 ແຜນງານ ຂອງແຜນການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ. ໄລຍະຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ມີການຮ່ວມມືກັບຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການພັດທະນາວຽກງານດັ່ງກ່າວ ລວມທັງການຮ່ວມມືກັບບໍລິສັດ ເອັສບີແລັບ 856 ຈໍາກັດ ໃນການຫັນເປັນລັດຖະບານດິຈິຕອນ ແລະ ພັດທະນາລະບົບຫ້ອງການທັນສະໄໝ (E-Office)  ຊຶ່ງຖືໄດ້ວ່າເປັນວຽກບູລິມະສິດໜຶ່ງຂອງການຫັນເປັນທັນສະໄໝຂອງລັດຖະບານ ແລະ ການບໍລິການຂອງພາກລັດໃນຮູບແບບດິຈິຕອນ ໃນທົ່ວສັງຄົມ.

ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ໂດຍ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ສົມຈິດ ພົມມະທັນສີ ຜູ້ອໍານວນການ ບໍລິສັດ ເອັສບີແລັບ 856 ຈໍາກັດ. ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ຜູ້ອໍານວຍການໃຫຍ່ ບໍລິສັດ ເອັສບີແລັບ 856 ຈໍາກັດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ບົດຂ່າວ: ສູນບໍລິການລັດດິຈິຕອນ/19/05/2023
ພາບ: ພະແນກປະຊາສຳພັນ

Leave a Reply

Your email address will not be published. Required fields are marked *