02055561628

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງຂໍ້ມູນ

ໃນລະຫວ່າງວັນທີ 11-12 ພຶດສະພາ 2023 ຜ່ານມານີ້, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການສະຫະປະຊາຊາດ (ໜ່ວຍງານເສດຖະກິດ ແລະ ສັງຄົມ (UNDESA)) ໄດ້ຈັດກອງປະຊຸມສຳມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງຂໍ້ມູນ (Capacity Development and Consultation Workshop on Lao PDR National Data Governance Framework) ຂຶ້ນທີ່ ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ແກ້ວວິສຸກ ໂສລາພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ຊາລາ ເຊັກເກີເນັດ (Sara Sekkenes) ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ຊຶ່ງມີບັນດາຊ່ຽວຊານ ຈາກ ອົງການ UNDESA, ສິງກະໂປ, ສ. ເກົາຫຼີ, ບັນດາແຂກຖືກເຊີນຈາກກະຊວງ ອ້ອມຂ້າງ, ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທົ່ວປະເທດ ເຂົ້າຮ່ວມ ຈຳນວນ 80 ກວ່າທ່ານ.

ກອງປະຊຸມສຳມະນາຄັ້ງນີ້ ເປັນໜຶ່ງໃນແຜນກິດຈະກຳການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການສະຫະປະຊາຊາດ (ໜ່ວຍງານເສດຖະກິດ ແລະ ສັງຄົມ (UNDESA)) ເພື່ອສະໜັບສະໜູນໃນການພັດທະນາຄວາມສາມາດຂອງສະຖາບັນດ້ານນະໂຍບາຍໃນການຄຸ້ມຄອງ ແລະ ບໍລິການຂໍ້ມູນດິຈິຕອນຂອງພາກລັດ ແລະ ທົ່ວໄປ ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນ, ຄວາມປອດໄພ, ມີມາດຕະຖານການເຊື່ອມໂຍງ ແລະ ມີຄຸນນະພາບ.​​

ໂອກາດກ່າວເປີດກອງປະຊຸມ, ທ່ານ ຮອງລັດຖະມົນຕິີ ກຕສ ໄດ້ມີຄໍາເຫັນ ບາງຕອນວ່າ: ການຫັນເປັນດິຈິຕອນ ແມ່ນຕ້ອງໄດ້ນຳໃຊ້ ທັງເຕັກໂນໂລຊີ ແລະ ຂໍ້ມູນ ຈຶ່ງສາມາດປະສົບຜົນສຳເລັດໄດ້. ປັດຈຸບັນ, ສປປ ລາວ ຍັງບໍ່ທັນໄດ້ມີກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ແລະ ຍັງບໍທັນໄດ້ກຳນົດມາດຕະຖານຂໍ້ມູນຂອງພາກລັດ ແລະ ການແບ່ງສິດການເຂົ້າເຖິງຂໍ້ມູນ ເພື່ອໃຫ້ຂໍ້ມູນເຫຼົ່ານີ້ເປັນຂໍ້ມູນທີ່ມີຄຸນນະພາບ, ປອດໄພ ແລະ ສາມາດເຊື່ອມໂຍງບັນດາຂໍ້ມູນຂອງແຕ່ລະພາກສ່ວນເຂົ້າຫາກັນ. ສະນັ້ນ, ເພື່ອເປັນການຊຸກຍູ້ການຫັນເປັນດິຈິຕອນ ຈຶ່ງຈຳເປັນຕ້ອງໄດ້ມີການສ້າງກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ໂດຍສະເພາະແມ່ນເພື່ອຄຸ້ມຄອງ ແລະ ບໍລິຫານບັນດາລະບົບຂໍ້ມູນຂອງພາກລັດທີ່ສາມາດເປີດເຜີຍໄດ້ (Open Data Government), ລະບົບແລກປ່ຽນຂໍ້ມູນ (Government Data Exchange) ແລະ ລະບົບອື່ນໆ.

ພ້ອມດຽວກັນນີ້, ທ່ານ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ກໍໄດ້ມີຄຳເຫັນວ່າ: ຂໍ້ມູນມີຄວາມສໍາຄັນກັບທຸກຂະແໜງການ, ຖ້າບ່ໍມີຂໍ້ມູນ ທ່ີມີຄຸນນະພາບ ແລະ ປະສິດທິພາບ, ບໍ່ສາມາດເປັນຫຼັກຖານ ແລະ ຕົວຊີ້ວັດໃນການນໍາມາເຖິງການຕັດສິນໃຈ ບໍ່ວ່າຈະເປັນການກໍານົດນະໂຍບາຍ ແລະ ການວາງແຜນ. ການຄຸ້ມຄອງຂໍ້ມູນກໍມີສິ່ງທ້າທາຍ ເປັນຕົ້ນແມ່ນ ໃນການຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ, ຄວາມປອດໄພຂອງຂໍ້ມູນ, ການຈັດການຄຸ້ມຄອງຂໍ້ມູນສ່ວນບຸກຄົນ, ຈັນຍາບັນ ແລະ ຈັນຍາທໍາ ໃນການນໍາໃຊ້ຂໍ້ມູນເພື່ອວິເຄາະ.​ ສະນັ້ນ, ການສ້າງຄວາມອາດສາມາດໃນການເຂົ້າໃຈການນໍາໃຊ້ຂໍ້ມູນ ຈຶ່ງເປັນຄວາມຈໍາເປັນຂອງທຸກໆຂະແໜງການ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີ ແລະ ແລກປ່ຽນ ກ່ຽວກັບ ການຄຸ້ມຄອງຂໍ້ມູນຂອງ ສປປ ລາວ ຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ແນວໂນ້ມ, ການພັດທນາ ແລະ ຜົນການສຶກສາເບື້ອງຕົ້ນ, ການນໍາສະເໜີແລກປ່ຽນຂໍ້ມູນຈາກຊ່ຽວຊານຈາກ ສ. ເກົາຫຼີ ແລະ ສິງກະໂປ ກ່ຽວກັບ ການສ້າງກອບຂໍ້ມູນແຫ່ງຊາດ. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ເຮັດກິດຈະກໍາແບ່ງກຸ່ມຄົ້ນຄວ້າ ໂດຍເປີດໂອກາດໃຫ້ກັບນັກສໍາມະນາກອນໄດ້ສົນທະນາກັບບັນດາຜູ້ຊ່ຽວຊານ ເພື່ອແລກປ່ຽນຂໍ້ມູນດ້ວຍບັນຍາກາດຟົດຟື້ນ ຊຶ່ງໄດ້ສຸມໃສ່ອົງປະກອບທີ່ສໍາຄັນໃນການຄຸ້ມຄອງຂໍ້ມູນ ເປັນຕົ້ນແມ່ນ ມາດຕະຖານ ແລະ ການຈໍາແນກຂໍ້ມູນ, ການແບ່ງປັນ, ການແລກປ່ຽນ ແລະ ການໃຊ້ຂໍ້ມູນຮ່ວມກັນ, ຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນ.

ກອງປະຊຸມສຳມະນາຄັ້ງນີ້ ແມ່ນເປັນໂອກາດອັນດີ ເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນສ້າງ ກອບການຄຸ້ມຄອງຂໍ້ມູນ, ເປັນການສ້າງຄວາມອາດສາມາດ, ເຮັດໃຫ້ລັດຖະກອນເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານການສ້າງກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ຂອງ ສປປ ລາວ ໃນຕໍ່ໜ້າ. ຜົນຂອງກອງປະຊຸມ ໃນຄັ້ງນີ້ ຈະປະກອບໃສ່ເອກະສານການຄົ້ນຄວ້າການສືກສາການຄຸ້ມຄອງ ຂໍ້ມູນຂອງມູນຂອງ ສປປ ລາວ.

 

ແຫຼ່ງ: ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ/17/05/2023

Leave a Reply

Your email address will not be published. Required fields are marked *